Home
About Us
VISION & MISSION
President Message
Organization Chart
Board of Management
Advisory Committee
Safety Policy
Human Resource
Address
Career
Our Business
POWER PLANTS IN OPERATION
Num Kong 2
Nam Ngiep 3A
POWER PLANTS UNDER CONSTRUCTION
POWER PLANTS UNDER DEVELOPMENT
INVESTOR
IR HOME
Financial Informations
Financial Statements
Financial Highlights
Credit Rating
MD&A
Stock Informations
Stock Quotes
Shareholder Informations
Shareholder Structure
Minutes of Shareholders’ Meeting
Invitation to Shareholders Meeting
Video Shareholders’ Meeting
Dividend Policy & Payment
NewsRoom
LSX Announcements
Press Releases
Presentation & Webcasts
Analyst Reports
Publication & Download
Annual Reports
Prospectus
Information Inquiry
IR Contact
Email Alerts
FAQ
IR Calendar
SUSTAINABILITY
News & Event
LA
/
EN
LA
/
EN
Home
About Us
VISION & MISSION
President Message
Organization Chart
Board of Management
Advisory Committee
Safety Policy
Human Resource
Address
Career
Our Business
POWER PLANTS IN OPERATION
POWER PLANTS UNDER CONSTRUCTION
POWER PLANTS UNDER DEVELOPMENT
INVESTOR
IR HOME
Financial Informations
Stock Informations
Shareholder Informations
NewsRoom
Presentation & Webcasts
Analyst Reports
Publication & Download
Information Inquiry
IR Calendar
SUSTAINABILITY
News & Event
President Message
Home
President Message
ຈັນທະໜອມ ພົມມະນີ
ປະທານບໍລິສັດ
ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ CSG ໄດ້ສ້າງຕັ້ງຂຶ້ນ ແລະ ຈົດທະບຽນໃນປີ 2009 ພາຍໃຕ້ຊື່ບໍລິສັດ ຈະເລີນເຊກອງ ກໍ່ສ້າງ ຈໍາກັດ ດ້ວຍທຶນຈົດທະບຽນ 2,000 ລ້ານກີບ ມີຫ້ອງການຕັ້ງຢູ່ ເມືອງ ລະມາມ, ແຂວງ ເຊກອງ. ມາຮອດປີ 2011 ໄດ້ຍ້າຍສໍານັກງານມາຕັ້ງຢູ່ເມືອງ ບາຈຽງຈະເລີນສຸກ, ແຂວງ ຈຳປາສັກ ດຳເນີນທຸລະກິດມີຄວາມເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ຈຶ່ງໄດ້ເພີ່ມທຶນຈົດທະບຽນເປັນ 5,000 ລ້ານກີບ ແລະ ໄດ້ປ່ຽນຊື່ມາເປັນ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ. ປະຈຸບັນ ບໍລິສັດ ໄດ້ເຂົ້າເປັນບໍລິສັດຜູ້ຖືຫຸ້ນ ແລະ ລົງທຶນໃນກຸ່ມ ທຸລະກິດການກໍ່ສ້າງໂຄງລ່າງ, ພະລັງງານ, ການຄ້າ ແລະ ການບໍລິການ.
ເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມຂະແໜງພະລັງງານພາຍໃນປະເທດ. ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE) ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 2016, ດ້ວຍທຶນຈົດທະບຽນ 40 ຕື້ກີບ ມີເປົ້າໝາຍທຸລະກິດຄື ພັດທະນາການກໍ່ສ້າງເຂື່ອນ ແລະ ເປັນຜູ້ຜະລິດພະລັງງານໄຟຟ້າໃນນາມເອກະຊົນ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າພາຍໃນ ແລະ ສົ່ງອອກຂາຍບັນດາປະເທດໃກ້ຄຽງ. ພ້ອມກັນນັ້ນບໍລິສັດຍັງໃຫ້ຄວາມສຳຄັນໃນການສະໜັບສະໜູນຕາມນະໂຍບາຍຂອງພັກ-ລັດ ວ່າດ້ວຍການຫຼຸດຜ່ອນຄວາມທຸກຍາກ ຊຶ່ງຕິດພັນກັບການພັດທະນາໂຄງການກໍ່ສ້າງເຂື່ອນໃນເຂດທ້ອງຖິ່ນທີ່ຫ່າງໄກສອກຫຼີກ ຄຽງຄູ່ໄປກັບການສະໜັບສະໜູນ ແລະ ພັດທະນາຊຸມຊົນ, ເສດຖະກິດ ແລະ ສັງຄົມ ໄປພ້ອມໆກັນ.
ບໍລິສັດມີຄວາມພູມໃຈທີ່ໄດ້ປະກອບສ່ວນອັນສຳຄັນ ໃນການສ້າງພະລັງງານທີ່ສະອາດເພື່ອສະໜັບສະໜູນການຂະຫຍາຍຕົວຂອງເສດຖະກິດພາຍໃນປະເທດແບບຍືນຍົງ. ດ້ວຍປະສົບການ, ຄວາມຊ່ຽວຊານ ແລະ ການເປັນຜູ້ພັດທະນາໂຄງການຢ່າງແທ້ຈິງ, ປັດຈຸບັນ ບໍລິສັດ ມີໂຄງການເຂື່ອນໄຟຟ້າທັງໝົດ 11 ແຫ່ງ, ໃນນັ້ນ ມີ 3 ໂຄງການເຂື່ອນ ຄື: ເຂື່ອນໄຟຟ້ານໍ້າງຽບ 3ເອ, ເຊນໍ້ານ້ອຍ 1 ແລະ ເຊນໍ້ານ້ອຍ 6 ລວມກຳລັງການຕິດຕັ້ງ 63.8 ເມັກກະວັດ ທີ່ ສົ່ງຂາຍພະລັງງານໄຟຟ້າໃຫ້ກັບ ລັດວິສາຫະກິດໄຟຟ້າລາວ; 3 ໂຄງການເຂື່ອນ ຄື: ເຂື່ອນໄຟຟ້ານໍ້າກົງ 2, ນໍ້າກົງ 3 ແລະ ນໍ້າອີ່ມູນ ລວມກຳລັງການຕິດຕັ້ງ 249 ເມັກກະວັດ ທີ່ຈະສົ່ງຂາຍພະລັງງານໄຟຟ້າໃຫ້ກັບ ລັດວິສາຫະກິດໄຟຟ້າແຫ່ງ ສສ ຫວຽດນາມ (Electricity of Vietnam ຫຼື EVN); 2 ໂຄງການເຂື່ອນທີ່ບໍລິສັດຖືຮຸ້ນ (ເຂື່ອນໄຟຟ້ານໍ້າເທີນ 1 ຖືຮຸ້ນ 28% ແລະ ນໍ້າງື່ມ 3 ຖືຮຸ້ນ 55%) ລວມກຳລັງການຕິດຕັ້ງ 1,130 ເມັກກະວັດ ທີ່ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (Electricity Generating Authority of Thailand ຫຼື EGAT); ແລະ ອີກ 3 ໂຄງການເຂື່ອນຄື: ເຂື່ອນໄຟຟ້ານໍ້າພາກ, ນໍ້າອ່າງ ແລະ ນໍ້າເຊືອງ ລວມກຳລັງການຕິດຕັ້ງ 302 ເມັກກະວັດ ທີ່ຍັງຢູ່ໃນໄລຍະການພັດທະນາ.
ສຳລັບບາດກ້າວຕໍ່ໄປໃນອະນາຄົດ, ບໍລິສັດ ໄດ້ຕັ້ງເປົ້າໝາຍທີ່ທ້າທາຍ ແລະ ມຸ່ງໝັ້ນທີ່ຈະດຳເນີນງານເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ນັ້ນກໍ່ຄື ການຮ່ວມມືກັບຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອທຳການສຶກສາ ຫຼື ພັດທະນາໂຄງການພະລັງງານຮ່ວມກັນ ຄຽງຄູ່ໄປກັບການນຳພາ ບໍລິສັດ ເຂົ້າສູ່ຕະຫຼາດທຶນ ໃນປີ 2022 ເພື່ອໃຫ້ເກີດຄວາມເຊື່ອມໂຍງ ແລະ ຢູ່ພາຍໃຕ້ກອບແຫ່ງການພັດທະນາແບບຍືນຍົງຂອງບໍລິສັດ.
Categories
Career
VISION & MISSION
President Message
Organization Chart
Board of Management
Advisory Committee
Safety Policy
Human Resource
Address